ປາລະມີ ການຢາ

ຜູ້ນຳເຂົ້າແລະຈັດຈຳໜ່າຍ
ຜະລິດຕະພັນຢາໃນ ສ.ປ.ປ ລາວ

ບໍລິສັດ ປາລະມີ ການແລະ ສັງຄົມມາຫຼາຍກວ່າຢາ ສ້າງຕັ້ງຂຶ້ນໃນປີ 2000 ມີບົດບາດໃນການນໍາເຂົ້າ ແລະ ຈັດຈໍາໜ່າຍຜະລິດຕະພັນຢາ ແລະ ອາຫານເສີມ
ປັດຈຸບັນພວກເຮົາມີການນຳເຂົ້າ ແລະ ຂຶ້ນທະບຽນຢາຫຼາຍກວ່າ 100 ລາຍການ ຈາກຫຼາຍປະເທດ ເຊິ່ງພວກເຮົາເປັນຜູ້ຈັດຈຳໜ່າຍແຕ່ພຽງຜູ້ດຽວໃນ ສປປ ລາວ
ຜະລິດຕະພັນຂອງພວກເຮົາໄດ້ຮັບການຍອມຮັບ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກບຸກຄະລາກອນທາງການແພດ  20 ປີ.

icon-02

ຜະລິດຕະພັນ

ປາລະມີ ການຢາ ນຳເຂົ້າ ແລະ ຈັດຈຳໜ່າຍ ຜະລິດຕະພັນຢາ ທີ່ມີຄຸນນະພາບ ແລະ ປອດໄພ.​ ຜະລິດຕະພັນຂອງພວກເຮົາມີຫຼາກຫຼາຍໝວດໝູ່ເຊັ່ນ: ຢາແພດສັ່ງ,​ ຢາທົ່ວໄປ ແລະ ອາຫານເສີມ

icon-06

ການບໍລິການ

ພວກເຮົາອຳນວຍຄວາມສະດວກໃຫ້ຄູ່ຄ້າທາງທຸລະກິດ ໃນການ ນຳສິນຄ້າເຂົ້າສູ່ຕະຫຼາດ ແລະ ຈັດຈຳໜ່າຍແຈກຢາຍຜະລິດຕະພັນຂອງຄູ່ຄ້າ ໄປສູ່ລູກຄ້າເປົ້າໝາຍ. ພວກເຮົາມີບໍລິການ ການຈົດທະບຽນຢາ, ຂະບວນການການນຳເຂົ້າ, ການຕະຫຼາດ, ການຂາຍ ແລະ ການຕິດຕາມການນຳໃຊ້ຢາ.

icon-07

ສາຂາ

ເພື່ອສະໜອງສິນຄ້າໃຫ້ທັນກັບຄວາມຕ້ອງການຂອງລູກຄ້າພວກເຮົາໄດ້ຕັ້ງສາຂາຢູ່ຕາມແຂວງຫຼັກໆເຊັ່ນ: ແຂວງຈຳປາສັກ, ສະຫວັນນະເຂດ ແລະ ຫຼວງພະບາງ.

ຜະລິດຕະພັນທີ່ພວກເຮົາສະໜອງ

ຢານະວັດຕະກຳ ແລະ ຄຸນະພາບ

ປັດຈຸບັນພວກເຮົາມີການນຳເຂົ້າ ແລະ ຂຶ້ນທະບຽນຢາຫຼາຍກວ່າ 100 ລາຍການ ຈາກຫຼາຍປະເທດ ເຊິ່ງພວກເຮົາເປັນຜູ້ຈັດຈຳໜ່າຍແຕ່ພຽງຜູ້ດຽວໃນ ສປປ ລາວ

ໝວດໝູ່ຜະລິດຕະພັນ

  • ຢາຕ້ານໄວຣັສ, ຢາຕ້ານເຊື້ອ, ຢາຕ້ານເຊື້ອລາ ແລະ ຢາຂ້າແມ່ທ້ອງ
  • ຢາສຳລັບລະບົບທາງເດີນອາຫານ 
  • ຢາຕ້ານພະຍາດຂໍ່ອັກເສບ, ຢາຕ້ານການອັກເສບ ແລະ ຢາແກ້ປວດ 
  • ຢາປິ່ນປົວພະຍາດຂໍ່ອັກເສບປະເພດ ປັບປ່ຽນພະຍາດ
  •  ຢາກົດພູມຄຸ້ມກັນ 
  • ຢາບຳລຸງສະໝອງ ແລະ ບຳລຸງເສັ້ນປະສາດ
  • ຢາຄາຍກ້າມຊີ້ນ
  • ຢາປິ່ນປົວພະຍາດທາງຈິດ
  • ຢາຕ້ານອາການຊຶມເສົ້າ 
  • ຢາປິ່ນປົວພະຍາດຫອບຫືດ ແລະ ຢາຕ້ານອາການແພ້ 
  • ຢາຫຼຸດນ້ຳຕານໃນເລືອດຊະນິດກິນ 
  • ຢາຕ້ານພະຍາດໄທຣອຍ ແລະ ຮໍໂມນໄທຣອຍ 
  • ຢາປິ່ນປົວໄຂມັນໃນເລືອດຜິດປົກກະຕິ
  • ຢາຕ້ານຄວາມດັນເລືອດສູງ
  • ຢາຕ້ານການກ້າມຂອງເລືອດ, ຢາຕ້ານເກັດເລືອດ ແລະ ຢາລະລາຍກ້ອນເລືອດ
  • ຢາປິ່ນປົວພະຍາດກົດຢູຣິກສູງ ແລະ ພະຍາດເກົ໊າ
  • ຢາຕ້ານອາການວິນຫົວ 
  • ຢາຂະຫຍາຍຫຼອດເລືອດສ່ວນປາຍ ແລະ ຢາກະຕຸ້ນການເຮັດວຽກຂອງສະໝອງ
  • ຢາໃຊ້ພາຍນອກ
  • ວິຕາມິນ ແລະ ແຮ່ທາດ, ອາຫານເສີມ 
  • ຜະລິດຕະພັນສະໝຸນໄພ
  • ອື່ນໆ

ຄວາມຮັບຜິດຊອບຕໍ່ສັງຄົມ

ການສະໜັບສະໜູນຄຸນນະພາບ
ມຸ້ງສູ່ມາດຕະຖານ ສຸຂະພາບຢ່າງໝັ້ນຍືນ

ອັບເດດ Blog ລ່າສຸດ

ຮັບທຸກການອັບເດດ ຂ່າວສານລ່າສຸດ

ກອງປະຊຸມວິຊາການ ກະເພາະລຳໄສ້ ແລະ ຕັບ ຄັ້ງທີ 3 ປະຈຳປີ

ບໍລິສັດ ປາລະມີ ການຢາ ໄດ້ຈັດວາງສະແດງຜະລິດຕະພັນຢາ ໃນງານ ” ກອງປະຊຸມວິຊາການ ກະເພາະລຳໄສ້ ແລະ ຕັບ ຄັ້ງທີ 3 ປະຈຳປີ “ ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ ເປັນການປະຊຸມທາງວິຊາການ ກ່ຽວກັບພະຍາດກະເພາະລຳໄສ້ ແລະ ຕັບ ເທົ່ານັ້ນ ແຕ່ຍັງເປັນບາດກ້າວສຳຄັນໃນຄວາມພະຍາຍາມ ການສົ່ງເສີມຂີດຄວາມສາມາດ ໃນການບົ່ງມະຕິ, ປິ່ນປົວ

ອ່ານເພີ່ມເຕີມ »

ເຂົ້າຮ່ວມປູກຕົ້ນໄມ້

ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ບໍລິສັດປາລະມີການຢາ ພ້ອມດ້ວຍທີມງານ ຮ່ວມໃຈປູກຕົ້ນໄມ້ ເພື່ອເປັນສ່ວນໜຶ່ງໃນການສົ່ງຕໍ່ສິ່ງແວດລ້ອມທີ່ຍືນຍົງໃຫ້ກັບຄົນລຸ້ນຕໍ່ໆໄປ

ອ່ານເພີ່ມເຕີມ »

Best Clinical Practice in Pediatric 2025 : Smart Childcare

ບໍລິສັດປາລະມີການຢາໄດ້ເຂົ້າຮ່ວມ ກັບສະມາຄົມແພດເດັກລາວ ໃນຫົວຂໍ້: ແນວທາງປະຕິບັດໃນການປິ່ນປົວເດັກທີ່ດີທີ່ສຸດປະຈຳປີ 2025 Best Clinical Practice in Pediatric 2025: Smart Childcare ເຊິ່ງຈັດຂຶ້ນໃນວັນທີ 29-30 ພຶດສະພາ 2025 ທີ່ ໂຮງແຮມດອນຈັນພາເລດ

ອ່ານເພີ່ມເຕີມ »

ຕິດຕໍ່ພວກເຮົາ

Palamy Pharma Co, Ltd

ບ້ານ ດົງໂພນເລົາ, ເມືອງ ຫາດຊາຍຟອງ
ນະຄອນຫຼວງວຽງຈັນ, ລາວ

ເບີໂທ:

856-20 58884 114

Email

contact@palamypharma.com

ຕິດຕໍ່ເຮົາ

ຕ້ອງການຄວາມຊ່ວຍເຫຼືອ
ຕິດຕໍ່ເຮົາໄດ້ເລີຍ