ບໍລິການຂອງພວກເຮົາ

ປາລະມີ ການຢາ ນຳເຂົ້າ ແລະ ຈັດຈຳໜ່າຍ ຜະລິດຕະພັນຢາ ທີ່ມີຄຸນນະພາບ ແລະ ປອດໄພ.​ ຜະລິດຕະພັນຂອງພວກເຮົາມີຫຼາກຫຼາຍໝວດໝູ່ເຊັ່ນ: ຢາແພດສັ່ງ,​ ຢາທົ່ວໄປ ແລະ ອາຫານເສີມ

ພວກເຮົາອຳນວຍຄວາມສະດວກໃຫ້ຄູ່ຄ້າທາງທຸລະກິດ ໃນການ ນຳສິນຄ້າເຂົ້າສູ່ຕະຫຼາດ ແລະ ຈັດຈຳໜ່າຍແຈກຢາຍຜະລິດຕະພັນຂອງຄູ່ຄ້າ ໄປສູ່ລູກຄ້າເປົ້າໝາຍ. ພວກເຮົາມີບໍລິການ ການຈົດທະບຽນຢາ, ຂະບວນການການນຳເຂົ້າ, ການຕະຫຼາດ, ການຂາຍ ແລະ ການຕິດຕາມການນຳໃຊ້ຢາ.

ເພື່ອສະໜອງສິນຄ້າໃຫ້ທັນກັບຄວາມຕ້ອງການຂອງລູກຄ້າພວກເຮົາໄດ້ຕັ້ງສາຂາຢູ່ຕາມແຂວງຫຼັກໆເຊັ່ນ: ແຂວງຈຳປາສັກ, ສະຫວັນນະເຂດ ແລະ ຫຼວງພະບາງ