ບໍລິສັດ ປາລະມີ ການຢາ ສ້າງຕັ້ງຂຶ້ນໃນປີ 2000 ມີບົດບາດ ໃນການນຳເຂົ້າ ແລະ ຈັດຈຳໜ່າຍຜະລິດຕະພັນຢາ, ອາຫານເສີມ ແລະ ອຸປະກອນການແພດ.
ປະຈຸບັນພວກເຮົາມີການນຳເຂົ້າ ແລະ ຂື້ນທະບຽນຢາຫຼາຍກວ່າ 100 ລາຍການ ຈາກຫຼາກຫຼາຍປະເທດ ເຊິ່ງພວກເຮົາເປັນຜູ້ຈັດຈຳໜ່າຍແຕ່ພຽງຜູ້ດຽວໃນ ສປປ ລາວ.
ຜະລິດຕະພັນຂອງພວກເຮົາໄດ້ຮັບການຍອມຮັບ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກບຸກຄະລາກອນທາງການແພດ ແລະ ສັງຄົມ ມາຫຼາຍກວ່າ 20 ປີ.
ບໍລິສັດ ປາລະມີ ການຢາ ໃຫ້ຄວາມສຳຄັນກັບຄວາມປອດໄພຂອງສັງຄົມມາໂດຍຕະຫຼອດ ພວກເຮົາມີບຸກຄະລາກອນຜູ້ຊ່ຽວຊານການແພດ ແລະ ການຢາທີ່ທຸ່ມເທເພື່ອນຳສະເໜີຂໍ້ມູນທີ່ຖືກຕ້ອງແກ່ບຸກຄະລາກອນທາງການແພດ ແລະ ຜູ້ຊົມໃຊ້. ພວກເຮົາໄດ້ຈັດການສຳມະນາເປັນປະຈຳ ໂດຍເຊີນວິທະຍາກອນຜູ້ຊ່ຽວຊານມາບັນຍາຍກ່ຽວກັບຜະລິດຕະພັນຂອງພວກເຮົາ, ຈັດກະກຽມເອກະສານຂໍ້ມູນໃນພາສາທ້ອງຖິ່ນຂອງເຮົາໃຫ້ກັບບຸກຄະລາກອນທາງການແພດ ແລະ ຜູ້ຊົມໃຊ້ ເພື່ອໃຫ້ໝັ້ນໃຈວ່າຜະລິດຕະພັນຂອງເຮົາຈະຖືກໃຊ້ຢ່າງຖືກຕ້ອງ ແລະ ມີປະສິດຕິພາບທີ່ສຸດ.
ການຈັດຈຳໜ່າຍຂອງເຮົາຄອບຄຸມທົ່ວປະເທດ ເຊິ່ງລວມເຖິງໂຮງໝໍລັດ ແລະ ເອກະຊົນ, ຄຣີນິກ, ຮ້ານ ຂາຍຢາຂາຍສົ່ງ/ຂາຍຍ່ອຍ ແລະ ຮ້ານຄ້າຕ່າງໆ.
ຜະລິດຕະພັນນຳເຂົ້າຂອງເຮົາໄດ້ຮັບຄວາມໄວ້ວາງໃຈຢ່າງສູງຈາກບຸກຄະລາກອນທາງການແພດ ແລະ ຜູ້ໃຊ້. ພວກເຮົາມອບຄວາມໄວ້ວາງໃຈ, ສ້າງຄວາມໄວ້ວາງໃຈ ແລະ ຮັກສາຄວາມໄວ້ວາງໃຈນີ້ມາເປັນເວລາຫຼາຍກວ່າ 20 ປີ.
ຄວາມປອດໄພຂອງສັງຄົມສຳລັບເຮົາ ກໍຖືເປັນປັດໄຈສຳຄັນໃນການຄັດເລືອກຜະລິດຕະພັນຂອງເຮົາ ເຊິ່ງມຸ່ງເນັ້ນໄປທີ່ນະວັດຕະກຳ ແລະ ຄຸນນະພາບຂອງຜະລິດຕະພັນ ເພື່ອໃຫ້ໝັ້ນໃຈວ່າ ຜະລິດຕະພັນຢາທີ່ເຮົານຳເຂົ້າມາມີຄວາມປອດໄພ. ນອກນັ້ນ, ຍັງໃສ່ໄປເຖິງການຄົ້ນຫາຜະລິດຕະພັນທີ່ມີຄຸນນະພາບດີ ແຕ່ມີລາຄາທີ່ເໝາະສົມ, ປະຊາຊົນເຂົ້າເຖິງໄດ້ ແລະ ມີທາງເລືອກຫຼາຍຂື້ນ ໃນການຊົມໃຊ້ຜະລິດຕະພັນໃຫ້ເໝາະສົມກັບຕົນເອງ.
ພວກເຮົາມີຄວາມສຳພັນອັນຍາວນານກັບຜູ້ສະໜອງຈາກຕ່າງປະເທດເຊັ່ນ: ເກົາຫຼີ, ຍີ່ປຸ່ນ, ໄທ, ໄຕ້ຫວັນ, ບັງກະລາເທດ ແລະ ອິນເດຍ