ກອງປະຊຸມວິຊາການ ກະເພາະລຳໄສ້ ແລະ ຕັບ ຄັ້ງທີ 3 ປະຈຳປີ

ບໍລິສັດ ປາລະມີ ການຢາ ໄດ້ຈັດວາງສະແດງຜະລິດຕະພັນຢາ ໃນງານ ” ກອງປະຊຸມວິຊາການ ກະເພາະລຳໄສ້ ແລະ ຕັບ ຄັ້ງທີ 3 ປະຈຳປີ “ ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ ເປັນການປະຊຸມທາງວິຊາການ ກ່ຽວກັບພະຍາດກະເພາະລຳໄສ້ ແລະ ຕັບ ເທົ່ານັ້ນ ແຕ່ຍັງເປັນບາດກ້າວສຳຄັນໃນຄວາມພະຍາຍາມ ການສົ່ງເສີມຂີດຄວາມສາມາດ ໃນການບົ່ງມະຕິ, ປິ່ນປົວ ແລະ ປ້ອງກັນພະຍາດ ກະເພາະລຳໄສ້ ແລະ ຕັບ ໃນທົ່ວປະເທດ, ພ້ອມກັບເປັນການສ້າງ ຄວາມຮ່ວມມື ໃນລະດັບທົ່ວປະເທດ ແລະ ໃນອາຊີ.

ເຂົ້າຮ່ວມປູກຕົ້ນໄມ້

ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ບໍລິສັດປາລະມີການຢາ ພ້ອມດ້ວຍທີມງານ ຮ່ວມໃຈປູກຕົ້ນໄມ້ ເພື່ອເປັນສ່ວນໜຶ່ງໃນການສົ່ງຕໍ່ສິ່ງແວດລ້ອມທີ່ຍືນຍົງໃຫ້ກັບຄົນລຸ້ນຕໍ່ໆໄປ

Best Clinical Practice in Pediatric 2025 : Smart Childcare

ບໍລິສັດປາລະມີການຢາໄດ້ເຂົ້າຮ່ວມ ກັບສະມາຄົມແພດເດັກລາວ ໃນຫົວຂໍ້: ແນວທາງປະຕິບັດໃນການປິ່ນປົວເດັກທີ່ດີທີ່ສຸດປະຈຳປີ 2025 Best Clinical Practice in Pediatric 2025: Smart Childcare ເຊິ່ງຈັດຂຶ້ນໃນວັນທີ 29-30 ພຶດສະພາ 2025 ທີ່ ໂຮງແຮມດອນຈັນພາເລດ